-
Details
-
Written by ພະແນກຂໍ້ມູນ
-
- ປະຕິບັດ ກົດໝາຍ ແລະ ມະຕິຕົກລົງ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວກັບ ວຽກງານຄຸ້ມຄອງ ການປ່ຽນແປງດິນຟ້າອາກາດ ຂອງຂັ້ນເທິງວາງອອກ;
- ຫັນເອົາແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖະບານ, ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບວຽກງານຄຸ້ມຄອງການປ່ຽນແປງ ດິນຟ້າອາກາດ ມາເປັນ ແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຕົນ ພ້ອມທັງຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ປະກົດຜົນ ເປັນຈິງ;
- ສ້າງແຜນການ, ແຜນງານ, ຍຸດທະສາດ ແລະ ວິໄສທັດ, ການຮ່ວມມື ແລະ ສັງລວມລາຍງານທີ່ກ່ຽວຂ້ອງ ກັບວຽກງານ ການປ່ຽນແປງດິນຟ້າອາກາດ;
- ໂຄສະນາ, ເຜີຍແຜ່, ສຶກສາ ແລະ ສ້າງຈິດສຳນຶກ ກ່ຽວກັບແນວທາງ, ຍຸດທະສາດ, ນະໂຍບາຍ, ຄຳສັ່ງ, ກົດໝາຍ, ລະບຽບ ການ ແລະ ຄຸ້ມຄອງຖານຂໍ້ມູນ ກ່ຽວກັບການປ່ຽນແປງດິນຟ້າອາກາດ;
- ສ້າງ ແລະ ປັບປຸງຍຸດທະສາດ, ນະໂຍບາຍ, ນິຕິກຳ ແລະ ສົນທິສັນຍາສາກົນຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງການປ່ຽນ ແປງດິນຟ້າອາກາດ;
- ກໍານົດມາດຕະການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ ກ່ຽວກັບ ຄາດໝາຍສູ້ຊົນ ການຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນ ໃນປີ 2050;
- ສ້າງ ແລະ ປັບປຸງ ບົດລາຍງານ, ແຜນງານແຫ່ງຊາດ ແລະ ອອກໃບຢັ້ງຢືນ ໂຄງການກົນໄກການພັດທະນາ ສະອາດ ຫຼື ກິດ ຈະກຳຫຼຸດຜ່ອນທາດອາຍເຮືອນແກ້ວ;
- ສ້າງ ແລະ ປັບປຸງ ແຜນງານແຫ່ງຊາດ, ປະເມີນບອບບາງ, ການສູນເສຍ ແລະ ຜົນເສຍຫາຍຈາກ ການປ່ຽນແປງດິນຟ້າອາກາດ, ສ້າງຄວາມທົນທານ ເພື່ອປັບຕົວເຂົ້າ ກັບການປ່ຽນ ແປງດິນຟ້າອາກາດ ເປັນແຕ່ລະໄລຍະ;
- ສຶກສາຄົ້ນຄວ້າ, ວິເຄາະຂໍ້ມູນຂ່າວສານ ກ່ຽວກັບ ວຽກງານການປ່ຽນແປງດິນຟ້າອາກາດ ແລະ ຄວາມບອບບາງ, ເປັນໃຈກາງໃນການສ້າງຄວາມທົນທານ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ພ້ອມທັງເຊື່ອມສານວຽກງານການປ່ຽນແປງດິນຟ້າອາກາດ ເຂົ້າໃນແຜນການ, ແຜນງານ ຂອງຂະແໜງ ນັບແຕ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ;
- ເປັນຈະປະສານງານແຫ່ງຊາດ ກ່ຽວກັບວຽກງານການປ່ຽນແປງດິນຟ້າອາກາດ ແລະ ກອງທຶນການປ່ຽນແປງດິນຟ້າອາກາດສາກົນ ເປັນຕົ້ນ: ສົນທິສັນຍາ ສປຊ ວ່າດ້ວຍ ການປ່ຽແປງດິນຟ້າອາກາດ (UNFCCC), ສົນທິສັນຍາ ສປຊ ວ່າດ້ວຍ ການຕ້ານການເປັນທະເລຊາຍ (UNCCD), ສົນທິສັນຍາ ວ່າດວ້ຍການປ້ອງກັນຊັ້ນໂອໂຊນ (Vienna Convention), ກົນໄກການພັດທະນາສະອາດ (CDM), ຄະນະກໍາມະການສາກົນ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ (IPCC), ສູນເຕັກໂນໂລຊີການປ່ຽນແປງດິນຟ້າອາກາດ (CTCN), ກອງທຶນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (AF);
- ປະສານງານ ແລະ ໃຫ້ຄຳແນະນຳດ້ານວິຊາການ ຊຸກຍູ້ສົ່ງເສີມ ແລະ ຕິດຕາມກວດກາ ກ່ຽວກັບ ວຽກງານຄຸ້ມຄອງການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: ວຽກງານການປະເມີນຄວາມບອບບາງ, ການປັບຕົວ, ການສໍາຫຼວດ, ແລະ ຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ, ການປະເມີນເຕັກໂນໂລຊີ ສໍາລັບການປັບຕົວ ແລະ ຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະໃຫ້ພະແນກການ, ຫ້ອງການ ແລະ ໜ່ວຍງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ;
- ຄຸ້ມຄອງ, ຊີ້ນໍາ, ສົ່ງເສີມ, ຊຸກຍູ້, ຕິດຕາມ, ກວດກາ-ກວດການ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ ແລະ ແຜນງານຕ່າງໆ ທີ່ຕິດພັນກັບວຽກງານຄຸ້ມຄອງການປ່ຽນແປງດິນຟ້າອາກາດ ທີ່ວາງອອກໃນແຕ່ລະໄລຍະ;
- ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທິງ ເພື່ອປັບປຸງກົງຈັກການຈັດຕັ້ງຂອງກົມ; ຄຸ້ມຄອງ, ກຳນົດຕຳແໜ່ງງານ, ສ້າງແຜນການ ບຳລຸງ, ກໍ່ສ້າງ, ສັບຊ້ອນພະນັກງານ-ລັດຖະກອນ ລວມທັງສົ່ງເສີມບົດບາດຍິງ-ຊາຍ, ການປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນຂອງກົມ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕາມລະບຽບທີ່ກໍານົດ;
- ຕິດຕາມການປະຕິບັດສິດ ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມ ຄອງຂອງກົມ ເພື່ອສະກັດກັ້ນປາກົດການລະເມີດມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
- ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບ ສະໜູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານການປ່ຽນແປງດິນຟ້າອາກາດ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທິງ;
- ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງກົມ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງກົມ ຕໍ່ລັດຖະມົນຕີ ເປັນແຕ່ໄລຍະ;
- ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບກາານ ແລະ ຕາມການມອບໝາຍຂອງ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຜູ້ຊີ້ນໍາ.
067151
ມື້ນີ້
ມື້ວານນີ້
ອາທິດນີ້
ອາທິດຜ່ານມາ
ເດືອນນີ້
ເດືອນຜ່ານມາ
ທັງຫມົດ
Your IP: 3.236.80.119
2023-02-02 12:03