ໃນວັນທີ 30 ມິຖຸນາ 2020, ຢູ່ທີ່ ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ. ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ (ກຄປ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ສະຖາບັນການເຕີບໂຕສີຂຽວໂລກ (Global Green Growth Institute (GGGI)) ໄດ້ຮ່ວມກັນຈັດຕັ້ງກອງປະຊຸມ ແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດກິດຈະກໍາ ແລະ ໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກ ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນ ຢູ່ ສປປ ລາວ. ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສີອຳພອນ ແສງຈັນດາລາ, ວ່າການຫົວໜ້າກົມ ຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກຊສ ແລະ ທ່ານ ເຈສັນ ລີ (Jason Lee), ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວ ປະຈຳ ສປປ ລາວ. ເຊິ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກ ບັນດາ ກົມ, ກອງ ພາຍໃນ ກຊສ ແລະ ຂະແໜງການຈາກກະຊວງທີ່ກ່ຽວຂ້ອງ, ຕາງໜ້າຈາກພາກເອກະຊົນ, ກຸ່ມສະມາຄົມນັກທຸລະກິດ, ບໍລິສັດຕ່າງໆ ແລະ ອົງການຈັດຕັ້ງສາກົນ ຈໍານວນ 60 ທ່ານ.

ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ: (1). ລາຍງານຄວາມຄືບໜ້າ ແລະ ຍົກໃຫ້ເຫັນຜົນສຳເລັດ ກ່ຽວກັບ ການຈັດຕັ້ງປະຕິບັດ ວຽກງານ ກໍຄື ໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກ ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ (GCF); (2). ແລກປ່ຽນຂໍ້ມູນ ແລະ ບົດຮຽນທີ່ດີໃນການກະກຽມບົດສະເໜີໂຄງການ, ການຈັດຕັ້ງຈັດຕັ້ງປະຕິບັດໂຄງການ ແລະ ແຜນການເຂົ້າຫາ ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ (GCF) ໃນຕໍ່ໜ້າ ໄລຍະ ປີ 2020-2023 ເຊີ່ງເປັນໄລຍະທີ 1 ຂອງກອງທຶນ ຫຼື GCF-1; (3). ນໍາສະເໜີ ພາລະບົດບາດ, ສິດໜ້າທີ່ ແລະ ກົນໄກການປະສານງານ ລະຫວ່າງພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ພາຍນອກ.

ພາຍຫຼັງການນຳສະເໜີ ແລະ ແລກປ່ຽນບົດຮຽນທີ່ດີຕ່າງໆ ກ່ຽວກັບ ກອງທຶນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແລ້ວ ບັນດາຜູ້ແທນຂອງກອງປະຊຸມກໍໄດ້ມີການຈັດເວທີສົນທະນາແລກປ່ຽນບົດຮຽນ ແລະ ປະສົບການນຳກັນ ບັນດາບົດຮຽນທີ່ຖອດຖອນໄດ້ຈາກກອງປະຊຸມໃນຄັ້ງນີ້ ແມ່ນແນໃສ່ເພື່ອຈັດຕັ້ງປະຕິບັດໂຄງການໃຫ້ດີຂື້ນກ່ວາເກົ່າ ໃນຕໍ່ໜ້າ. ກອງປະຊຸມກໍໄດ້ເອກະພາບກັນ ແລະ ສັງລວມບັນຫາສຳຄັນໄດ້ດັ່ງນີ້:  

  1. ປັບປຸງ ແຜນງານບູລິມະສິດ (GCF Country Programme) ເພື່ອທົບທວນ ແລະ ກໍານົດຄືນ
    ໃໝ່ຂົງເຂດ ແລະ ໂຄງການ ທີ່ເປັນບູລິມະສິດ ທີ່ຈະນໍາສະເໜີຂໍທຶນ ຈາກກອງທຶນ GCF-1;
  2. ຊຸກຍູ້ ຄູ່ຮ່ວມງານ ແລະ ຂະແໜງການ ເພື່ອນໍາໃຊ້ງົບປະມານ ໃນບ້ວງສ້າງ ແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (NAP) ຈໍານວນ 3 ລ້ານ ໂດລາສະຫະລັດ;
  3. ປະເມີນການຈັດຕັ້ງປະຕິບັດ ໂຄງການ ສ້າງຄວາມພ້ອມ (Readiness Assessment) ເພື່ອແນ່ໃສ່ວາງແຜນນໍາໃຊ້ງົບປະມານໃນບ້ວງນີ້ ໃຫ້ມີປະສິດທິພາບຂື້ນກ່ວາເກົ່າ;
  4. ປັບປຸງ ຄະນະກໍາມະການ ພິຈາລະນາໂຄງການ ພາຍໃຕ້ທຶນ ກອງທຶນປົກປັກຮັກສາສີ່ງແວດລ້ອມ (GEF) ແລະ ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ (GCF) ໃຫ້ເປັນຄະນະດຽວກັນ;
  5. ປັບປຸງ ກົນໄກການປະສານງານກັບ ຄູ່ຮ່ວມງານ ແລະ ຂະແໜງການທີ່ກ່ຽວຂ້ອງທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ເພື່ອຮ່ວມກັນພັດທະນາໂຄງການຕ່າງໆທີ່ຕິດພັນກັບ ວຽກງານການປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດ ແລະ ການຫຼຸດຜ່ອນທາດອາຍເຮືອນແກ້ວ ໃນອະນາຄົດ.

ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາ 1 ວັນ ແລະ ປິດລົງໃນເວລາ 16:00 ໂມງ ຂອງວັນດຽວກັນ.