Print
  1. ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ແລະ ຄູ່ມືດ້ານວິຊາການ ກ່ຽວກັບ ວຽກງານການປ່ຽນແປງ ດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຕາມຂອບເຂດສິດຂອງຕົນ;
  2. ເຊັນໜັງສືສະເໜີ,​ ບົດປະກອບຄຳເຫັນ,​ ບັດເຊີນ, ແຈ້ງການ, ສະໂໜດນຳສົ່ງ,​ ບົດລາຍງານ,​ ບົດບັນທຶກ ແລະ ອື່ນໆ ທີ່ກ່ຽວຂ້ອງ ກັບ ພາລະບົດບາດຂອງກົມ;
  3. ຮ່ວມມື, ພົບປະ, ເຈລະຈາ, ເຊັນບົດບັນທຶກ, ສັນຍາ, ຂໍ້ຕົກລົງຕ່າງໆ ທີ່ພົວພັນກັບວຽກງານການປ່ຽນແປງ ດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມການ ອະນຸມັດຂອງກະຊວງ;
  4. ຄົ້ນຄວ້າ ແລະ ນຳສະເໜີ ການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະທາງບໍລິຫານ ທີ່ພົວພັນເຖິງວຽກງານການປ່ຽນ ແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ;
  5. ຄົ້ນຄວ້າ ແລະ ນຳສະເໜີໂຈະ ຫຼື ລົບ​ລ້າງຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຂອງອົງການຄຸ້ມຄອງ ແລະ ກວດກາວຽກງານການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ຂັດກັບກົດໝາຍ ແລະ ລະບຽບການ;
  6. ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ການປ່ຽນແປງ ດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ;
  7. ຄຸ້ມຄອງ, ນຳໃຊ້ສຳນັກງານ, ວັດຖຸອຸປະກອນ, ພາຫະນະ ແລະ ງົບປະມານຕາມລະບຽບການ;
  8. ສະເໜີວ່າຈ້າງຊຽນຊານ ຫຼື ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດເພື່ອຊ່ວຍ ແລະ ຮັບໃຊ້ວຽກງານວິຊາສະ ເພາະ ດ້ວຍແຫຼ່ງທຶນຂອງໂຄງການ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ;
  9. ສະເໜີ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ເລື່ອນຊັ້ນ-ເລື່ອນຂັ້ນ, ຍ້ອງຍໍປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  10. ແຕ່ງຕັ້ງ ແລະ ສະເເໜີແຕ່ງຕັ້ງ ພະນັກງານ-ລັກຖະກອນ ພາຍໃນກົມເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝຶກອົບຮົມ, ທັດສະ ນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ;
  11. ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງ ລັດຖະມົນຕີ.