ກອງປະຊຸມເປີດໂຄງການ ສ້າງຄວາມເຂັ້ມແຂງຂອງ ສປປ ລາວ ໃນການວາງແຜນ ເພື່ອປັບຕົວກັບການປ່ຽນແປງດິນຟ້າອາກາດ ໃນວັນທີ 25 ກຸມພາ 2022, ຢູ່ທີ່ ໂຮງແຮມ ເດິແກຣນລີເວີຊາຍ1, ເມືອງ ວັງວຽງ, ແຂວງ ວຽງຈັນ.

(Official Launching Project for Building the Capacity of the Lao PDR Government to Advance the National Adaptation Planning Process NAP)

ປະທານກອງປະຊຸມ

ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ (ກຄປ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ (UNEP), ໄດ້ຈັດກອງປະຊຸມເປີດໂຄງການສ້າງຄວາມເຂັ້ມແຂງຂອງ ສປປ ລາວ ໃນການວາງແຜນເພື່ອປັບຕົວກັບການປ່ຽນແປງດິນຟ້າອາກາດ(Official Launching Project for Building the Capacity of the Lao PDR Government to Advance the National Adaptation Planning Process NAP) ຂຶ້ນໃນວັນທີ 25 ກຸມພາ 2022, ຢູ່ທີ່ ໂຮງແຮມ ເດິແກຣນລີເວີຊາຍ1, ເມືອງ ວັງວຽງ,ແຂວງ ວຽງຈັນ.

 ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສີອຳພອນ ແສງຈັນດາລາ, ຫົວໜ້າກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກຊສ ແລະ ທ່ານ ນາງ Jessica Troni, ຫົວໜ້າແຜນງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ອົງການສະຫະປະຊາຊາດ ເພື່ອສີ່ງແວດລ້ອມ (UNEP) (ປະທານຮ່ວມທາງອອນລາຍ). ເຊິ່ງມີຜູ້ຕາງໜ້າຈາກບັນດາກົມ, ກອງ ແລະ ສະຖາບັນ ພາຍໃນ ກຊສ, ບັນດາກະຊວງຕ່າງໆທີ່ກ່ຽວຂ້ອງຂັ້ນສູນກາງ, ຂະ ແໜງການທີ່ກ່ຽວຂ້ອງ ຈາກທ້ອງຖິ່ນເຊັ່ນ: ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທັງໝົດ 18 ແຂວງ ທົ່ວປະເທດ (ຜ່ານລະບົບກອງປະຊຸມທາງໄກ (ອອນລາຍ) ແລະ ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ເຂົ້າຮ່ວມ ລວມທັງໝົດຈໍານວນ 75 ທ່ານ.

ຈຸດປະສົງຫຼັກຂອງກອງປະຊຸມ ເປີດໂຄງການໃນຄັ້ງນີ້ແມ່ນເພື່ອ: ນໍາສະເໜີກ່ຽວກັບ ສະພາບວມໂຄງການ, ຈຸດປະສົງ, ກອບໜ້າວຽກ ແລະ ແຜນກິດຈະກໍາ, ຜົນໄດ້ຮັບຂອງໂຄງການ; ແຈ້ງໃຫ້ຊາບກ່ຽວກັບການລິເລີ່ມຂະບວນການສ້າງແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ; ນໍາສະເໜີສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງ ອົງການສະຫະປະຊາຊາດເພື່ອສີ່ງແວດລ້ອມ (UNEP) ລວມທັງ ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ.​

ໃນກອງປະຊຸມ ໃນຄັ້ງນີ້ ກົມຄູ້ມຄອງການປ່ຽນແປງດິນຟ້າອາກາດໄດ້ ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງໂຄງ ການສ້າງຄວາມເຂັ້ມແຂງຂອງ ສປປ ລາວ ໃນການວາງແຜນເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແມ່ນອີກໂຄງການໜຶ່ງທີ່ຈະຊ່ວຍສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມສາມາດທາງດ້ານວິຊາການໃຫ້ແກ່ສະຖາບັນ ແລະພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນການວາງແຜນເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ. ພາຍຫຼັງສໍາເລັດແຜນງານດັ່ງກ່າວແລ້ວ ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຈະມີຄວາມເຂັ້ມແຂງໃນການກໍານົດແຜນຄວາມຕ້ອງການທີ່ເປັນບູລິມະສິດໃນວຽກງານການປັບຕົວ ລວມທັງແຜນງົບປະມານ ຂອງຕົນເພື່ອຈັດຕັ້ງປະຕິບັດໃນແຕ່ລະໄລຍະ, ເຊິ່ງບັນດາໂຄງການບູລິມະສິດນັ້ນ ຈະໄດ້ຮັບການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດ ພ້ອມທັງມີກົນໄກຕິດຕາມ ແລະ ລາຍງານຢ່າງເປັນລະບົບ. ນອກຈາກນັ້ນຍັງຈະໄດ້ສົ່ງເສີມການມີສ່ວນຮ່ວມຈັດຕັ້ງປະຕິບັດສົນທິສັນຍາ, ສັນຍາປາຣີ ແລະ ເປົ້າໝາຍການພັັດທະນາແບບຍືນຍົງ (SDG) ຂອງ ອົງການ ສປຊ ໂດຍສະເພາະເປົ້າ ໝາຍທີ 13 ວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ປູກຈິດສໍານຶກດ້ານວຽກງານການປ່ຽນແປງດິນຟ້າອາກາດ ຕາມຍຸດທະສາດການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແຫ່ງຊາດ ແລະ ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດ ເປັນເວລາ (4 ປີ) ຄືນັບແຕ່ ປີ​2021-2024, ດ້ວຍມູນຄ່າທັງໝົດ 3,552,969 ໂດລາ ສະຫະລັດ ໂດຍທຶນສະໜັບສະໜູນງົບປະມານຈາກກອງທຶນສີ່ງແວດລ້ອມໂລກ GEF.

ພາຍຫຼັງຮັບຟັງການນຳສະເໜີ ກ່ຽວກັບ ໂຄງການດັ່ງກ່າວແລ້ວ ກອງປະຊຸມກໍໄດ້ມີການສົນທະນາ ປຶກສາຫາລື ແລະ ປະກອບຄຳເຫັນ ໂດຍຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນຄຳຄິດເຫັນກັນຢ່າງກົງໄປກົງມາ ແລະ ກໍເຫັນດີເປັນເອກະພາບເປັນຢ່າງສູງໃນທີ່ປະຊຸມ. ນອກຈາກນັ້ນ ທ່ານ ສີອຳພອນ ແສງຈັນດາລາ, ຫົວໜ້າກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດດ ກຊສ ກໍໄດ້ກ່າວໃນທີ່ປະຊຸມອີກວ່າ: ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດຮ່ວມກັບ ອົງການສະຫະປະຊາຊາດ ເພື່ອສີ່ງແວດລ້ອມ (UNEP) ໃຫ້ສຳເລັດພາຍໃນ 4 ປີຂ້າງໜ້າຕາມຈຸດປະສົງ ແລະ ເປົ້າໝາຍທີ່ໄດ້ວາງໄວ້ ແລະ ພວກເຮົາຫວັງວ່າຈະໄດ້ຮັບການຮ່ວມມືປະສານສົມທົບກັບທຸກພາກສ່ວນຂະແໜງການທີ່ກ່ຽວຂ້ອງ ເພື່ອສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດໂຄງ ການ ໃຫ້ໄດ້ຮັບຜົນປະໂຫຍດຢ່າງຫຼາກຫຼາຍ ໃນລະດັບສູນກາງ ແລະ ທ້ອງຖິ່ນ.

 ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາເຄິ່ງວັນ ແລະ ປິດລົງໃນເວລາ 16:00 ໂມງ ຂອງວັນດຽວກັນ.

ພາບລວມ

ບັນຍາກາດໃນທີ່ປະຊຸມ

ຜູ້ເຂົ້າຮ່ວມຈາກບັນດາພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງ ທັງໝົດ 18 ແຂວງ ທົວປະເທດ ໂດຍຜ່ານລະບົບກອງປະຊຸມທາງໄກ (ອອນລາຍ)