Print

   ໃນລະຫວ່າງ ວັນທີ 27 ຫາ 28 ພຶດສະພາ 2020, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ (ກຄປ), ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມສຳມະນາ ແລະ ປະກອບຄຳເຫັນຕໍ່ ຮ່າງບົດລາຍງານ ການປະເມີນຄວາມບອບບາງ ແລະ ຮ່າງບົດລາຍງານ ການສໍາຫຼວດທາດອາຍເຮືອນແກ້ວ ເພື່ອປະກອບເຂົ້າໃນບົດສື່ສານແຫ່ງຊາດ ກ່ຽວກັບ ການປ່ຽນແປງ ດິນຟ້າອາກາດ ຂອງ ສປປ ລາວ ຢູ່ທີ່ ໂຮງແຮມ ແກຣນລີເວີຊາຍ, ເມືອງ ວັງວຽງ ແຂວງ ວຽງຈັນ. ກອງປະຊຸມໃນຄັ້ງນີ້ໄດ້ໃຫ້ກຽດການເປັນປະທານ ຂອງ ທ່ານ ອິມມາລາ ອິນທະບົວລີ, ຮອງຫົວໜ້າກົມ ຄຸ້ມຄອງການປ່ຽນແປງ ດິນຟ້າອາກາດ, ກຊສ. ເຊິ່ງມີ ຜູ້ຕາງໜ້າຈາກບັນດາພະແນກການພາຍໃນ ກຄປ, ຂະແໜງການທີ່ກ່ຽວຂ້ອງ ແລະ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງເຂົ້າຮ່ວມຈໍານວນ 6 ແຂວງ ລວມຈໍານວນຜູ້ເຂົ້າຮ່ວມທັງໝົດ 30 ທ່ານ.

    ຈຸດປະສົງຫຼັກ ຂອງ ກອງປະຊຸມໃນຄັ້ງນີ້ 1). ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງບົດລາຍງານ ການປະເມີນຄວາມບອບບາງ ແລະ ຜົນກະທົບຂອງ ການປ່ຽນແປງດິນຟ້າອາກາດ ຕໍ່ກັບຂະແໜງ ກະສິກຳ ແລະ ຊັບພະຍາກອນນໍ້າ ໂດຍສະເພາະແມ່ນ ໄດ້ມີການກຳນົດເອົາເຂດອ່າງນໍ້າອູ ເປັນກໍລະນີໃນ ການສຶກສາ; 2). ປຶກສາຫາລວມຕໍ່ຮ່າງບົດສຳຫຼວດສຳຫຼວດ ແລະ ຫຼຸດຜ່ອນທາດ ອາຍເຮືອນແກ້ວ ຢູ່ໃນ 5 ຂະແໜງການຫຼັກຄື: ຂະແໜງກະສິກຳ, ພະລັງງານ,   ອຸດສາຫະກຳ, ການຫັນປ່ຽນການນຳໃຊ້ທີ່ດິນ ແລະ ຂະແໜງສິ່ງເສດເຫຼືອ; 3). ປຶກສາຫາລືລວມ ກ່ຽວກັບ ວິທີການພັດທະນາລະບົບການວັດແທກ, ການລາຍງານ ແລະ ການຢັ້ງຢືນ (MRV); 4). ປຶກສາຫາລືລວມ ກ່ຽວກັບ ການກຳນົດທາງເລືອກ ໃນການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ແລະ ຜົນການ ຄົ້ນຄວ້າ ກ່ຽວກັບ ຂໍ້ຫຍຸ້ງຍາກ, ຊ່ອງຫວ່າງ, ຄວາມຕ້ອງການສະໜັບສະໜູນດ້ານວິຊາການ ແລະ ການເງິນ ໃນການຈັດຕັ້ງປະຕິດ ບັດວຽກງານ ການປ່ຽນແປງດິນຟ້າອາກາດ ຢູ່ ສປປ ລາວ; 5). ປຶກສາຫາລືລວມເພື່ອຕົກລົງເຫັນດີ ເປັນເອກະພາບຕໍ່ບັນດາ ຂໍ້ມູນຕ່າງໆ.

     ໃນກອງປະຊຸມສໍາມະນາໃນຄັ້ງນີ້ ຍັງໄດ້ຮັບຟັງການນໍາສະເໜີ ກ່ຽວກັບ ຄວາມເປັນມາ, ຄວາມຄືບໜ້າ ແລະ ບັນດາແຜນວຽກ ທີ່ສຳຄັນໃນການຈັດຕັ້ງປະຕິບັດ ບົດສື່ສານແຫ່ງຊາດ ກ່ຽວກັບ ການປ່ຽນແປງ ດິນຟ້າອາກາດ ສະບັບທີ 3 ຂອງ ສປປ ລາວ ແລະ ວິທີການປະເມີນຄວາມສ່ຽງ ແລະ ຄວາມບອບບາງ ຕໍ່ກັບວຽກງານການປ່ຽນແປງດິນຟ້າອາກາດ ໂດຍໄດ້ກຳນົດເຂດສຶກສາຜົນກະທົບ ຂອງ ການປ່ຽນແປງດິນຟ້າອາກາດ ຕໍ່ຂະແໜງຊັບພະຍາກອນນໍ້າໃນເຂດອ່າງຮັບນໍ້າອູ ໂດຍນຳໃຊ້ SWAT ເຮັດການວິເຄາະ ທາງດ້ານ ພູມອາກາດ, ການນຳໃຊ້ທີ່ດິນ ແລະ ສະພາບການປ່ຽນແປງພູມອາກາດຕໍ່ຊັບພະຍາກອນນໍ້າ ພ້ອມທັງສ້າງແບບຈຳລອງໃນການ ສຶກສາຜົນກະທົບຕໍ່ຂະແໜງກະສິກຳ ແລະ ຊັບພະຍາກອນນໍ້າ ໂດຍ ສຶກສາກ່ຽວກັບ ການຜະລິດເຂົ້າ ແລະ ສາລີໃນອານາຄົດ (2021-2050) ໂດຍໃຊ້ຕົວແບບ AquaCrop ເຊິ່ງແມ່ນຕົວແບບທາງດ້ານຄະນິດສາດທີ່ສ້າງຂຶ້ນໂດຍອົງການ FAO ເພື່ອຈໍາລອງ ການຕອບສະໜອງ ຂອງປະລິມານນໍ້າ ແລະ ພູມອາກາດຕໍ່ຜົນຜະລິດພືດ ແລະ ວິທີການ ການກຳນົດທາງເລືອກໃນການ ຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ຂອງແຕ່ລະຂົງເຂດ, ຜົນຂອງ ການຄົ້ນຄ້ວາ ກ່ຽວກັບ ຂໍ້ຫຍຸ້ງຍາກ, ຊ່ອງຫວ່າງ, ຄວາມຄ້ອງການສະ ໜັບສະໜູນດ້ານວິຊາການ ແລະ ການເງິນ ພ້ອມທັງ ນຳສະເໜີວິທີການ ແລະ ການພັດທະນາລະບົບການວັດແທກ, ການລາຍງານ ແລະ ການຍັ້ງຢືນ(MRV) ຂອງ ສປປ ລາວ. ພ້ອມທັງໄດ້ມີການແບ່ງເປັນ 2 ກຸ່ມເພື່ອປຶກສາຫາລື ໃນການກຳນົດທາງເລືອກໃນ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນຂະແໜງນໍ້າ ແລະ ກະສິກຳ.

ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳຄິດເຫັນດ້ວຍບັນຍາກາດທີ່ຝົດພຶື້ນ ແລະ ສຳເລັດຜົນຕາມຈຸດປະ ສົງລະດັບຄາດໜາຍທີ່ກຳ ນົດໄວ້ເປັນຢ່າງດີ.